ປະເດັນສໍາຄັນ! ກະລຸນາອ່ານເນື້ອໃນຂໍ້ຕົກລົງທັງໝົດຢ່າງລະມັດລະວັງ. ນີ້ແມ່ນຂໍ້ກໍານົດ ແລະ ເງື່ອນໄຂທົ່ວໄປໃນການຄຸ້ມຄອງການນໍາໃຊ້ເວັບໄຊ ແລະ ການບໍລິການຂອງພວກເຮົາ.

ບໍລິສັດ ຟໍເຕ ປະກັນໄພ (ກໍາປູເຈຍ) ມະຫາຊົນ ("ຟໍເຕ", "ເຮົາ", “ຂອງພວກເຮົາ”, “ພວກເຮົາ”) ໃຫ້ເວັບໄຊນີ້ ແລະ ສ່ວນປະກອບຢູ່ໃນ ແລະ ພາຍໃຕ້ລະຫັດຊື່ອິນເຕີເນັດ forteinsurance.com (ເອີ້ນລວມກັນວ່າ "ເວັບໄຊ" ນີ້) ແລະ ບໍລິການໃດໜື່ງຂອງ ຟໍເຕ ເທິງເວັບໄຊນີ້ (ຊື່ງເອີ້ນລວມກັນກັບເວັບໄຊນີ້ ແມ່ນຕໍ່ໄປນີ້ເອີ້ນວ່າ "ການບໍລິການ") ສໍາລັບທ່ານ, ຜູ້ໃຊ້ ພາຍໃຕ້ການປະຕິບັດຕາມຂໍ້ກໍານົດ ແລະ ເງື່ອນໄຂດ້ານລຸ່ມນີ້ທີ່ກ່ຽວຂ້ອງກັບເວັບໄຊ ແລະ ການບໍລິການນີ້ (ເອີ້ນລວມກັນວ່າ "ຂໍ້ຕົກລົງ").

 

1. ການນໍາໃຊ້ເວັບໄຊ

ຟໍເຕ ໃຫ້ບໍລິການແກ່ ຜູ້ໃຊ້ ກ່ຽວກັບເວັບໄຊນີ້ທາງດ້ານຂໍ້ມູນ ແລະ ຜະລິດຕະພັນປະກັນໄພຕ່າງໆ ທີ່ສະເໜີໂດຍ ຟໍເຕ ແລະ ບໍລິສັດໃນເຄືອ. ຕາມເງື່ອນໄຂການນໍາໃຊ້ເວັບໄຊ ແລະ ບໍລິການນີ້ ທ່ານເຫັນດີຈະບໍ່: (i) ນໍາໃຊ້ເວັບໄຊ ຫຼື ການບໍລິການນີ້ ເພື່ອລະເມີດສິດທິບັດ, ລິຂະສິດ ຫຼື ຊັບສິນທາງປັນຍາຂອງບຸກຄົນອື່ນ ບໍ່ວ່າດ້ວຍທາງໃດກໍ່ຕາມ; (ii) ນໍາໃຊ້ເວັບໄຊ ແລະ ການບໍລິການນີ້ ຫຼື ພະຍາຍາມເຂົ້າເຖີງ, ດັດແກ້ ຫຼື ຈັດການເວັບໄຊ ຫຼື ການບໍລິການນີ້ ຫຼື ຮາດແວ ຫຼື ຊອບແວຂອງບໍລິສັດ ຟໍເຕ ເພື່ອ: ບຸກລຸກຄວາມເປັນສ່ວນຕົວ, ຮັບຂໍ້ມູນຕົວຕົນ ຫຼື ຮັບຂໍ້ມູນສ່ວນຕົວກ່ຽວກັບ (ລວມທັງແຕ່ບໍ່ຈໍາກັດ ທີ່ຢູ່ໝາຍເລກອິນເຕີເນັດ) ບັນຊີຖືຄອງຂອງບໍລິສັດຟໍເຕ ຫຼື ຜູ້ໃຊ້ ຫຼື ດັດແກ້, ລືບ ຫຼື ທໍາລາຍຂໍ້ມູນໃດໜື່ງທີ່ມີຢູ່ໃນຄອມພິວເຕີຂອງ ຜູ້ໃຊ້ ທີ່ເຊື່ອມຕໍ່ກັບການບໍລິການ; ຫຼື (iii) ຮື້ຄືນການເຊື່ອມຕໍ່ໃດໜື່ງຂອງການບໍລິການ.

 

ຂໍ້ມູນທີ່ມີຢູ່ໃນເວັບໄຊນີ້ ສ້າງຂື້ນເພື່ອວັດຖຸປະສົງໃນການໃຫ້ຂໍ້ມູນທົ່ວໄປເທົ່ານັ້ນ ແລະ ບໍ່ໄດ້ມີວັດຖຸປະສົງເພື່ອເປັນການຊັກຊວນ, ປຸກລະດົມ ຫຼື ສະເໜີການຂາຍທີ່ກ່ຽວກັບຜະລິດຕະພັນ ຫຼື ບໍລິການໃດໜື່ງ ແລະ ບໍ່ແມ່ນຂໍ້ມູນທີ່ສົມບູນລາຍລະອຽດຂອງຂໍ້ກໍານົດ, ເງື່ອນໄຂ ແລະ ຂໍ້ຍົກເວັ້ນໃນການຄຸ້ມຄອງທັງໝົດທີ່ກ່ຽວຂ້ອງກັບຜະລິດຕະພັນ ແລະ ບໍລິການທີ່ອະທິບາຍລະອຽດໄວ້. ຟໍເຕ ບໍ່ໄດ້ມີສ່ວນຮ່ວມໃນການໃຫ້ຄໍາແນະນໍາທາງກົດໝາຍ ຫຼື ຄໍາແນະນໍາອື່ນໆ. ທ່ານບໍ່ໄດ້ເປັນລູກຄ້າຂອງ ຟໍເຕ ພຽງແຕ່ເຂົ້າມາເບີ່ງໜ້າເວັບໄຊນີ້. ບໍ່ຕ້ອງສົງໃສວ່າຄວາມຕ້ອງການປະກັນໄພຂອງທ່ານ ຂື້ນຢູ່ກັບສ່ວນຕົວຂອງທ່ານໂດຍສະເພາະ ແລະ ຟໍເຕ ຈະບໍ່ໄດ້ນໍາສະເໜີຂໍ້ມູນທີ່ເໝາະສົມ ຫຼື ແທດເໝາະກັບຕົວທ່ານໃນເວັບໄຊນີ້. ສໍາລັບລາຍລະອຽດຂອງຂໍ້ກໍານົດ, ເງື່ອນໄຂ ແລະ ຂໍ້ຍົກເວັ້ນໃນການຄຸ້ມຄອງປະກັນໄພ ຫຼື ຜະລິດຕະພັນຫຼື ການບໍລິການອື່ນ, ກະລຸນາຕິດຕໍ່ທີມງານຂາຍ ຫຼື ຕົວແທນຂາຍປະກັນໄພ ແລະ ນາຍໜ້າປະກັນໄພ. ຜະລິດຕະພັນ ແລະ ການບໍລິການທີ່ລະບຸໄວ້ທີ່ນີ້ອາດຈະບໍ່ສາມາດໃຊ້ໄດ້ໃນທຸກການຕັດສິນໃຈ.

 

ຂໍ້ມູນທີ່ມີຢູ່ໃນເວັບໄຊນີ້ເຊື່ອວ່າມີຄວາມຖືກຕ້ອງໃນເວລາທີ່ຖືກລົງໂຄສະນາ. ຟໍເຕ ໄດ້ມີການອັບເດດຂໍ້ມູນບົນເວັບໄຊນີ້ເປັນແຕ່ລະໄລຍະ; ຢ່າງໃດກໍ່ຕາມ, ຟໍເຕ ໃຫ້ຂໍ້ມູນທັງໝົດບົນເວັບໄຊນີ້ "ຕາມທີ່ເປັນ" ແລະ "ຕາມທີ່ມີ" ແລະ ບໍ່ຮັບຜິດຊອບຕໍ່ການທັນເວລາ, ຖືກຕ້ອງ ແລະ ການນໍາໃຊ້ຂອງຂໍ້ມູນໃນຂະນະທີ່ມີການເຂົ້າເຖິງ.

 

ລີ້ງທີ່ເວັບໄຊນີ້ ອາດຈະໃຫ້ເຂົ້າເຖິງໜ້າອິນເຕີເນັດອື່ນ ທີ່ບໍ່ໄດ້ຮັກສາ ຫຼື ຄວບຄຸມໂດຍ ຟໍເຕ. ບັນດາທີ່ຢູ່ອິນເຕີເນັດພາຍນອກດັ່ງກ່າວ ປະກອບດ້ວຍຂໍ້ມູນທີ່ສ້າງ, ເຜີຍແຜ່, ຮັກສາ ຫຼື ລົງໂຄສະນາໂດຍອົງກອນ ແລະ ໜ່ວຍງານອິດສະລະຈາກຟໍເຕ, ຟໍເຕ ຈະບໍ່ຮັບຜິດຊອບຕໍ່ເນື້້ອຫາຂອງເວັບໄຊດັ່ງກ່າວ. ລີ້ງທີ່ເວັບໄຊນີ້ ອາດຈະໃຫ້ການເຂົ້າເຖິງອົງກອນອື່ນທີ່ໃນເຄືອຂອງຟໍເຕ. ຂໍ້ຕົກລົງນີ້ ນໍາໃຊ້ສະເພາະການບໍລິການທີ່ສະເໜີໃນເວັບໄຊຂອງ ຟໍເຕ ເທົ່ານັ້ນ. ການໃຊ້ງານເວັບໄຊໃດໜື່ງຂອງທ່ານທີ່ບໍ່ຢູ່ພາຍໃຕ້ລະຫັດຊື່ອິນເຕີເນັດ forteinsurance.com ຈະຢູ່ພາຍໃຕ້ຂໍ້ກໍານົດ ແລະ ເງື່ອນໄຂທີ່ການລົງໂຄສະນາທີ່ເວັບໄຊນັ້ນ, ຟໍເຕ ຈະບໍ່ຮັບຜິດຊອບ ແລະ ບໍ່ມີພັນທະຕໍ່ເນື້ອຫາໃດໆທີ່ລົງໂຄສະນາໂດຍບຸກຄົນທີສາມ ຫຼື ທີ່ເວັບໄຊຂອງບຸກຄົນທີສາມໃດໜື່ງ ແລະ ຟໍເຕ ຈະບໍ່ອະນຸມັດ, ຮັບຮອງ ຫຼື ຢັ້ງຢືນຂໍ້ມູນທີ່ມີຢູ່ໃນເວັບໄຊພາຍນອກ ຫຼື ທີ່ຢູ່ລີ້ງອື່ນໆ.

 

2. ລິຂະສິດ ແລະ ເຄື່ອງໝາຍການຄ້າ

ບັນດາເນື້ອຫາທີ່ປະກອບຢູ່ໃນໜ້າເວັບໄຊນີ້ ເຊັ່ນ: ຕົວໜັງສື, ອອກແບບ, ໂລໂກ້, ໄອຄອນ, ຮູບພາບ, ສຽງ, ການດາວໂຫຼດດີຈີຕອນ, ການລວບລວມຂໍ້ມູນ, ຊອບແວ, ການລວບລວມຂໍ້ມູນທັງໝົດໃນໜ້າເວັບໄຊນີ້ ແລະ ບັນດາຊອບແວທັງໝົດທີ່ໃຊ້ໃນໜ້າເວັບໄຊນີ້ ແມ່ນເປັນຊັບສິນຂອງ ຟໍເຕ, ບໍລິສັດໃນເຄືອ ຫຼື ຜູ້ສະໜອງ ແລະ ໄດ້ຮັບການປົກປ້ອງໂດຍປະເທດສະຫະລັດອາເມລິກາ ແລະ ກົດໝາຍລິຂະສິດສາກົນ. ເຄື່ອງໝາຍການຄ້າ ທີ່ເປັນຂອງ ຟໍເຕ ຫຼື ບໍລິສັດໃນເຄືອ, ໂລໂກ້ຟໍເຕ ແລະ ເຄື່ອງໝາຍການຄ້າອື່ນໆ,​ ເຄື່ອງໝາຍການບໍລິການ, ຊື່ການຄ້າ (ລວມກັນເອີ້ນວ່າ "ເຄື່ອງໝາຍ") ຂອງ ຟໍເຕ ຫຼື ບໍລິສັດໃນເຄືອທີ່ປາກົດໃນໜ້າເວັບໄຊນີ້ ເປັນຂອງ ຟໍເຕ,​ ບໍລິສັດໃນເຄືອ ແລະ ເຈົ້າຂອງໃບອະນຸຍາດ. ບໍ່ມີສ່ວນໃດໃນຂໍ້ຕົກລົງນີ້ ຫຼື ທີ່ເວັບໄຊໃຫ້ສິດ ແລະ ໃບອະນຸຍາດໃຫ້ແກ່ທ່ານໃນການໃຊ້ສ່ວນປະກອບ ຫຼື ເຄື່ອງໝາຍໃດໆໃນເວັບໄຊນີ້ ນອກເໜືອຈາກທີ່ອະທິບາຍລາຍລະອຽດໄວ້ໃນວັກຂ້າງລຸ່ມນີ້.

ທ່ານໄດ້ຮັບອະນຸຍາດໃນການເຂົ້າ, ເບີ່ງ ແລະ ຮັກສາການສໍາເນົາໜ້າເວັບໄຊ ສໍາລັບສ່ວນບຸກຄົນເທົ່ານັ້ນ ຊື່ງບໍ່ໃຊ້ໃນທາງທຸລະກິດ ແລະ ທ່ານຈະບໍ່ກະທໍາຊໍ້າ, ດາວໂຫຼດ, ເຜີຍແຜ່, ດັດແກ້ ຫຼື ແຈກຈ່າຍເປັນຢ່າງອື່ນທາງດ້ານເນື້ອຫາໃດໜື່ງໃນເວັບໄຊນີ້ ເພື່ອຈຸດປະສົງໃດໜື່ງ ນອກເໜືອຈາກການໃຊ້ສ່ວນບຸກຄົນຂອງທ່ານທີ່ບໍ່ແມ່ນທຸລະກິດ ເວັ້ນເສຍແຕ່ຈະໄດ້ຮັບອະນຸຍາດເປັນການສະເພາະຈາກ ຟໍເຕ. ພວກເຮົາລົງປະກາດເປັນທາງການ ແລະ ຜົນປະໂຫຍດຕ່າງໆທີ່ເວັບໄຊ ແລະ ການບໍລິການນີ້ ຊື່ງທ່ານອາດບໍ່ສາມາດລົບອອກໄດ້ ແມ້ຈະເປັນການສໍາເນົາທີ່ໄດ້ຮັບອະນຸຍາດກໍ່ຕາມ.

 

3. ຂໍ້ຫ້າມທາງດ້ານກິດຈະກໍາໃນເວັບໄຊ

ເປັນເງື່ອນໄຂສໍາລັບທ່ານໃນການນໍາໃຊ້ບໍລິການ ແລະ ເວັບໄຊນີ້ ທ່ານບໍ່ໄດ້ຈໍາກັດ ຫຼື ຂັດຂວາງຜູ້ໃຊ້ອື່ນຈາກການໃຊ້ງານ ແລະ ປະທັບໃຈຕໍ່ການບໍລິການ ຫຼື ຊັບສິນໃດໜື່ງຂອງ ຟໍເຕ ຫຼື ລະບົບ ຫຼື ການໃຊ້ງານເວັບໄຊນີ້ ຫຼື ການບໍລິການໃດໜື່ງ ເພື່ອ:

 

 

4. ຜົນທີ່ຕາມມາຂອງການໃຊ້ງານທີ່ບໍ່ສາມາດຍອມຮັບໄດ້

ພວກເຮົາຂໍສະຫງວນສິດ ລວມທັງແຕ່ບໍ່ຈໍາກັດສິດໃນການສືບສວນສອບສວນ ແລະ ມີສ່ວນຮ່ວມ ແລະ ໃຫ້ຄວາມຮ່ວມມືກັບໜ່ວຍງານທາງດ້ານກົດໝາຍ ຫຼື ເຈົ້າໜ້າທີ່ ແລະ ເພື່ອດໍາເນີນຄະດີທາງແພ່ງ ຫຼື ອາຍາ ສໍາລັບກິດຈະກໍາຜິດກົດໝາຍທີ່ຖືກຫາ ຫຼື ເກີດຂື້ນຈິງທີ່ກ່ຽວຂ້ອງກັບເວັບໄຊນີ້ ຫຼື ການບໍລິການໃດໜື່ງ ລວມທັງສິດໃນການເຂົ້າເຖິງເວັບໄຊ ຫຼື ການບໍລິການຂອງທ່ານ.

 

5. ຂໍ້ມູນທີ່ທ່ານສົ່ງ

ພວກເຮົາໃຊ້ຂໍ້ມູນທີ່ທ່ານສົ່ງເຖິງພວກເຮົາທາງອີເມວ ແລະ ຜ່ານໜ້າ "ຕິດຕໍ່ພວກເຮົາ" ແລະ ໜ້າອື່ນໆ ທີ່ພວກເຮົາອາດຈະເພີ່ມໃນແຕ່ລະໄລຍະ, ເພື່ອຕອບຄໍາຖາມຂອງທ່ານກ່ຽວກັບຂໍ້ມູນ ຫຼື ການຮ້ອງຂໍການບໍລິການ. ການໃຊ້ຂໍ້ມູນໃດໜື່ງທີ່ທ່ານສົ່ງເຖິງພວກເຮົາ ເພື່ອໃຊ້ບໍລິການ ຈະຢູ່ພາຍໃຕ້ຂໍ້ກໍານົດ ແລະ ເງື່ອນໄຂຂອງນະໂຍບາຍຄວາມເປັນສ່ວນຕົວ ຊື່ງເປັນສ່ວນໜື່ງຂອງຂໍ້ຕົກລົງນີ້. ຢ່າງໃດກໍ່ຕາມ, ຟໍເຕ ຂໍສະຫງວນສິດໃນການເປີດເຜີຍຂໍ້ມູນໃດໜື່ງໄດ້ຕະຫຼອດເວລາ ຕາມຄວາມຈໍາເປັນທາງດ້ານກົດໝາຍ,​ ລະບຽບ ຫຼື ການຮ້ອງຂໍຂອງລັດຖະບານ ຫຼື ການຫລີກລ່ຽງຄວາມຮັບຜິດຊອບ.

ເມື່ອທ່ານປະກອບແບບຟອມອອນລາຍ ຫຼື ໃຫ້ຂໍ້ມູນແກ່ພວກເຮົາທີ່ກ່ຽວຂ້ອງກັບເວັບໄຊ ແລະ ການບໍລິການ, ທ່ານຕົກລົງທີ່ຈະໃຫ້ຂໍ້ມູນປະຈຸບັນ, ​ຄົບຖ້ວນ, ເປັນຈິງ ແລະ ຖືກຕ້ອງ. ທ່ານຕົກລົງຈະບໍ່ໃຫ້ຊື່ທີ່ເປັນຂໍ້ມູນເທັດ (ບໍ່ເປັນຈິງ) ຫຼື ເຮັດໃຫ້ເຂົ້າໃຈຜິດ ຫຼື ຊື່ທີ່ທ່ານບໍ່ໄດ້ຮັບອະນຸຍາດໃຫ້ໃຊ້. ຖ້າຫາກ ຟໍເຕ ພົບວ່າຂໍ້ມູນດັ່ງກ່າວບໍ່ເປັນຈິງ, ບໍ່ຖືກຕ້ອງ, ບໍ່ເປັນຂໍ້ມູນປະຈຸບັນ ຫຼື ບໍ່ຄົບຖ້ວນ, ຟໍເຕ ສາມາດປະຕິເສດບໍ່ໃຫ້ໃຫ້ເຂົ້າເຖິງບໍລິການຂອງພວກເຮົາ ແລະ ດໍາເນີນການຕາມກົດໝາຍທີ່ເຫັນວ່າເໝາະສົມ.

ເວັບໄຊ ອາດໃຊ້ "cookies" ເພື່ອຈັດເກັບການຕັ້ງຄ່າສ່ວນບຸກຄົນບາງປະການ ສໍາລັບການເຂົ້າເບີ່ງເວັບໄຊ. Cookies ຈະບອກ ຟໍເຕ ວ່າທ່ານເຄີບເຂົ້າເບີ່ງເວັບໄຊມາກ່ອນ ຫຼື ຍັງ. ບາງກໍລະນີ, ຟໍເຕ ອາດຈະຈັດເກັບຂໍ້ມູນທີ່ຈໍາເປັນ ເພື່ອໃຫ້ທ່ານສາມາດເຂົ້າເຖິງ cookie ໄດ້. Cookies ຊ່ວຍໃຫ້ເວັບໄຊຈົດຈໍາທ່ານໄດ້ຢ່າງວ່ອງໄວຍິ່ງຂື້ນ ສະນັ້ນ, ເວລາທີ່ທ່ານໃຊ້ງານເວັບໄຊຈື່ງມີປະສິດຕິພາບຍິ່ງຂື້ນ. ທ່ານສາມາດສຶກສາເພີ່ມເຕີມກ່ຽວກັບ cookies ໄດ້ທີ່ http://www.cookiecentral.com. ພວກເຮົາອາດກວດສອບຂໍ້ມູນທີ່ເຫັນວ່າຈໍາເປັນ ເພື່ອໃຫ້ປະຕິບັດຕາມລະບຽບການ ແລະ ກົດໝາຍ.

 

6. ການປະຕິເສດຄວາມຮັບຜິດຊອບໃນການຮັບປະກັນ

ການເຂົ້າເຖິງ ແລະ ໃຊ້ງານເວັບໄຊ ແລະ ການບໍລິການນີ້ ທີ່ສະເໜີໃນເວັບໄຊດ້ວຍຄວາມສ່ຽງຂອງທ່ານເອງ. ການບໍລິການນີ້ ມີໃຫ້ "ຕາມທີ່ເປັນ" ແລະ "ຕາມທີ່ມີ" ໂດຍບໍ່ມີການຮັບປະກັນໃດໆ ໂດຍຊັດເຈນ, ໂດຍຫຍໍ້ ແລະ ຕາມກົດໝາຍ ລວມທັງບໍ່ມີຂໍ້ຈໍາກັດ, ໂດຍຫຍໍ້ໃດໆຂອງທຸລະກິດ, ຄວາມເໝາະສົມກັບວັດຖຸປະສົງສະເພາະ, ການບໍ່ລະເມີດ ຫຼື ບໍ່ລ່ວງລະເມີດທາງຊັບສິນທາງປັນຍາຂອງບຸກຄົນທີສາມ, ກໍາມະສິດ, ປະເພນີ, ການຄ້າ, ຄວາມບັນເທິງ, ຄວາມຖືກຕ້ອງຂອງເນື້ອຫາຂໍ້ມູນ ຫຼື ການເຊື່ອມໂຍງລະບົບ. ບໍລິສັດ ບໍ່ຮັບປະກັນວ່າ ເວັບໄຊ ແລະ ການບໍລິການຈະພ້ອມໃຊ້ງານ ຫຼື ດໍາເນີນການໃນລັກສະນະທີ່ບໍ່ຢຸດສະງັກ ຫຼື ປາສະຈາກຂໍ້ຜິດພາດ. ຫຼື ຂໍ້ບົກຜ່ອງຈະໄດ້ຮັບການແກ້ໄຂ. ຟໍເຕບໍ່ໄດ້ຮັບປະກັນວ່າຂໍ້ມູນທີ່ມີຢູ່ ຫຼື ຜ່ານເວັບໄຊມີຄວາມເໝາະສົມ, ຖືກຕ້ອງ ຫຼື ພ້ອມ ສໍາລັບການໃຊ້ໃນການຕັດສິນໃຈໃດໜື່ງໂດຍສະເພາະ ແລະ ການເຂົ້າເຖິງຂໍ້ມູນຈາກການຕັດສິນໃຈທີ່ເນື້ອຫາຂອງພວກເຂົາຜິດກົດໝາຍ ຈະຖືກຫ້າມຢ່າງຊັດເຈນ. ບາງການຕັດສິນໃຈນັ້ນ ບໍ່ອະນຸຍາດຂໍ້ຍົກເວັ້ນໃນການຮັບປະກັນ ສະນັ້ນ,​ ຂໍ້ຍົກເວັ້ນເທີງນີ້ອາດຈະບໍ່ນໍາໃຊ້ສໍາລັບທ່ານ.

 

7. ການຊົດເຊີຍ

ທ່ານຕົກລົງທີ່ຈະຊົດເຊີຍຄ່າເສຍຫາຍ ແລະ ປົກປ້ອງ ຟໍເຕ ແລະ ບໍລິສັດໃນເຄືອ ແລະ ຕາມການຮ້ອງຂໍຂອງ ຟໍເຕ ເພື່ອປົກປ້ອງ ຟໍເຕ ແລະ ບໍລິສັດໃນເຄືອ ຈາກ ແລະ ຖືກຮຽກຮ້ອງ, ຕ້ອງການ, ສາເຫດການກະທໍາ, ໜີ້ສິນ, ເສຍຫາຍ ຫຼື ຄວາມຮັບຜິດຊອບ ລວມທັງຄ່າທະນາຍຄວາມທີ່ສົມເຫດສົມຜົນ, ສືບຕໍ່ການກະທໍາດັ່ງກ່າວ ຕາມ, ເກີດຂື້ນກັບ ຫຼື ກ່ຽວກັບກັບ: (i) ການໃຊ້ (ຫຼື ການບໍ່ສາມາດໃຊ້ງານ) ການບໍລິການຂອງທ່ານ; (ii) ທ່ານລະເມີດຂໍ້ກໍານົດ ແລະ ເງື່ອນໄຂໃນຂໍ້ຕົກລົງນີ້; ຫຼື (iii) ກິດຈະກໍາໃດໜື່ງຂອງທ່ານທີ່ສໍາເລັດການໃຊ້ບໍລິການ. ການຊົດເຊີຍຄ່າເສຍຫາຍນີ້ ຈະເປັນສ່ວນເພີ່ມເຕີມ ແລະ ບໍ່ຈໍາກັດ ໂດຍການຊົດເຊີຍຄ່າເສຍຫາຍອື່ນ.

 

8. ກົດໝາຍຄຸ້ມຄອງ

ເວັບໄຊ ຟໍເຕ ນີ້ ແມ່ນຄຸ້ມຄອງໂດຍ ຟໍເຕ ຈາກສໍານັກງານຂອງລາຊະອານາຈັກກໍາປູເຈຍ ແລະ ຂໍ້ຂັດແຍ່ງໃດໜື່ງທີ່ເກີດຂື້ນພາຍໃຕ້ຂໍ້ຕົກລົງນີ້ ຈະຄຸ້ມຄອງຕາມກົດໝາຍຂອງລາຊະອານາຈັກກໍາປູເຈຍ ໂດຍບໍ່ຄໍານື່ງເຖິງຄວາມຂັດແຍ່ງທາງດ້ານຂໍ້ບັນຍັດຂອງກົດໝາຍ.

 

9. ທົ່ວໄປ

ຟໍເຕ ອາດປັບປຸງຂໍ້ກໍານົດການບໍລິການເຫຼົ່ານີ້ ຫຼື ແຈ້ງການ, ນະໂຍບາຍ, ສັນຍາ, ຂໍ້ກໍານົດ ແລະ ເງື່ອນໄຂໃດໜື່ງໃນເວັບໄຊນີ້ຕະຫຼອດເວລາ ໂດຍອັບເດດການລົງໂຄສະນາ ຫຼື ການລົງໂຄສະນາຢ່າງອື່ນໃນເວັບໄຊນີ້. ດັ່ງນັ້ນ, ທ່ານຄວນເຂົ້າເບີ່ງເວັບໄຊນີ້ໃນແຕ່ລະໄລຍະ ເພື່ອທົບທວນຂໍ້ກໍານົດ ແລະ ເງື່ອນໄຂໃນປະຈຸບັນ ແລະ ມີຜົນສັກສິດ ເນື່ອງຈາກຂໍ້ກໍານົດ ແລະ ເງື່ອນໄຂດັ່ງກ່າວມີຄວາມຜູກພັນກັບທ່ານ. ຂໍ້ບັນຍັດບາງປະການໃນຂໍ້ກໍານົດ ແລະ ເງື່ອນໄຂເຫຼົ່ານີ້ ອາດຖືກປ່ຽນແທນດ້ວຍການປະກາດ ຫຼື ຂໍ້ກໍານົດທີ່ຢູ່ໃນໜ້າສະເພາະຂອງເວັບໄຊນີ້ ຫຼື ຮ່ວມກັບການບໍລິການ. ບໍ່ມີການລ່າຊ້າ ຫຼືຄວາມລົ້ມເຫຼວໃນການປະຕິບັດ ພາຍໃຕ້ເງື່ອນໄຂ ແລະ ເງື່ອນໄຂດັ່ງກ່າວ ຈະຖືເປັນການຍົກເວັ້ນໂດຍ ຟໍເຕ ເວັ້ນເສຍແຕ່ໄດ້ຮັບການຍົກເວັ້ນຢ່າງຈະແຈ້ງເປັນລາຍລັກອັກສອນໂດຍເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຂອງ ຟໍເຕ. ພາຍໃຕ້ເງື່ອນໄຂຂອງຂໍ້ 9 ຂອງຂໍ້ຕົກລົງນີ້ ສໍາລັບເວັບໄຊນີ້, ຂໍ້ຕົກລົງນີ້ປະກອບເປັນຂໍ້ຕົກລົງທັງໝົດລະຫວ່າງທ່ານ ແລະ  ຟໍເຕ ກ່ຽວກັບຫົວຂໍ້ສະເພາະທີ່ໄດ້ກ່າວມານີ້ ແລະ ຄຸ້ມຄອງການນໍາໃຊ້ການບໍລິການຂອງທ່ານ, ປ່ຽນແທນຂໍ້ຕົກລົງກ່ອນໜ້າລະຫວ່າງທ່ານ ແລະ ຟໍເຕ ກ່ຽວຂ້ອງກັບຫົວຂໍ້ດັ່ງກ່າວ, ແຕ່ຂໍ້ຕົກລົງນີ້ ອາດຈະຖືກຄັດຕິດໂດຍຂໍ້ຕົກລົງອື່ນທີ່ທ່ານເຂົ້າໄປໃນ ຟໍເຕ ຕາມການລົງທະບຽນ ເພື່ອເຂົ້າເຖິງບາງລັກສະນະຂອງເວັບໄຊ. ຖ້າຂໍ້ກໍານົດໃດໆຂອງສັນຍາສະບັບນີ້ ຖືກສານຕັດສິນວ່າບໍ່ຖືກຕ້ອງ, ແຕ່ລະຝ່າຍ ຕົກລົງເຫັນດີວ່າ ສານຄວນພະຍາຍາມໃຫ້ຜົນບັງຄັບໃຊ້ກັບຄວາມຕັ້ງໃຈຂອງແຕ່ລະຝ່າຍຕາມທີ່ສະແດງຢູ່ໃນຂໍ້ບັນຍັດ ແລະ ຂໍ້ກໍານົດອື່ນໆຂອງສັນຍານີ້ຍັງຄົງມີຜົນບັງຄັບໃຊ້ ແລະ ມີຜົນສັກສິດ. ຫົວຂໍ້ພາກສ່ວນທີ່ໃຊ້ໃນຂໍ້ຕົກລົງນີ້ ແມ່ນເພື່ອຄວາມສະດວກເທົ່ານັ້ນ ແລະ ບໍ່ມີຜົນບັງຄັບໃຊ້ທາງກົດໝາຍ ຫຼືສັນຍາ.

ໂດຍບໍ່ມີການຈໍາກັດສິ່ງທີ່ກ່າວມາຂ້າງເທິງ, ການບໍລິການຂອງ ຟໍເຕ ຢູ່ໃນເວັບໄຊບໍ່ໄດ້ມີຈຸດປະສົງສໍາລັບການນໍາໃຊ້ ຫຼື ມີໃຫ້ກັບເດັກ. ຖ້າທ່ານ ບໍ່ແມ່ນຜູ້ໃຫຍ່ບັນລຸນິຕິພາວະໃນປະເທດທີ່ທ່ານອາໃສຢູ່ ຫຼື ຖ້າທ່ານມີອາຍຸຕ່ຳກວ່າ 18 ປີ, ທ່ານຈະບໍ່ສາມາດເຂົ້າໃຊ້ເວັບໄຊ ຫຼື ໃຊ້ບໍລິການໄດ້. ສະນັ້ນ, ກະລຸນາຢຸດການໃຊ້ບໍລິການໃນທັນທີ ແລະ ບໍ່ຄວນເຂົ້າຫາເວັບໄຊດັ່ງກ່າວ.

ໂດຍການນໍາໃຊ້ ຫຼື ການເຂົ້າເຖິງເວັບໄຊ ຫຼື ການບໍລິການນີ້, ທ່ານຮັບຮູ້ວ່າທ່ານໄດ້ອ່ານ, ເຂົ້າໃຈ ແລະ ຕົກລົງເຫັນດີທີ່ຈະຜູກມັດທາງດ້ານກົດໝາຍ ໂດຍເງື່ອນໄຂຂອງການບໍລິການເຫຼົ່ານີ້.