ການຝຶກອົບຮົມ ແລະ ການພັດທະນາ

ພະນັກງານ ແມ່ນຈຸດໃຈກາງຂອງສິ່ງທີ່ພວກເຮົາໃຫ້ຄວາມສຳຄັນ. ພວກເຮົາເຊື່ອວ່າບໍລິສັດຈະປະສົບຜົນສຳເລັດໄດ້ ເມື່ອທີມງານບຸກຄະລາກອນຂອງພວກເຮົາປະສົບຜົນສຳເລັດ. ເປົ້າໝາຍຂອງພວກເຮົາຄື ການເສີມສ້າງຄວາມສາມາດສ່ວນບຸກຄົນໃຫ້ແກ່ທີມງານຂອງພວກເຮົາໂດຍຜ່ານທັກສະ, ສ້າງຄວາມເຂັ້ມແຂງທາງດ້ານນະໂຍບາຍ ແລະ ວັດທະນະທໍາທີ່ນໍາໄປສູ່ການປັບປຸງດ້ານວິຊາຊີບ, ແຮງຈູງໃຈຂອງການເຮັດວຽກ ແລະ ການພັດທະນາບຸກຄະລາກອນເປັນລາຍບຸກຄົນ.

 

ພວກເຮົາໄດ້ສະໜອງການຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດທີ່ມີການຮັບຮອງຢ່າງຖືກຕ້ອງ ຕັ້ງແຕ່ການຝຶກອົບຮົມການບໍລິການລູກຄ້າ, ຄວາມຮູ້ກ່ຽວກັບຜະລິດຕະພັນ, ຄວາມຮູ້ດ້ານໄອທີ, ການບັງຄັບໃຊ້ກົດໝາຍ, ພາວະຜູ້ນໍາ ແລະ ຜູ້ບໍລິຫານ. ຫຼັກສູດເຫຼົ່ານີ້ມີການຝຶກອົບຮົມຜ່ານລະບົບອອນລາຍ ເພື່ອທີ່ຄູຝຶກອົບຮົມ ແລະ ທີມງານຂອງພວກເຮົາຈະສາມາດເຂົ້າເຖິງໄດ້ງ່າຍຂຶ້ນ.

ຕ້ອງການເປັນໜຶ່ງໃນຄອບຄົວຂອງ ຟໍເຕ ຫຼືບໍ່?
Forte is increasingly becoming the company of choice for professionals. We work hard to create an inclusive and driven work environment where our team members can reach their full potential.
ສິ່ງທີ່ສະມາຊິກຂອງຄອບຄົວ ຟໍເຕ ຈະໄດ້ຮັບຄື:

01. ໄດ້ຮ່ວມງານກັບບໍລິສັດຊັ້ນນໍາ ໃນຂະແໜງອຸດສະຫະກຳປະກັນໄພ

02. ໄດ້ເຮັດວຽກໃນບໍລິສັດທີ່ເປັນມິດ ແລະ ເປີດກວ້າງ ພ້ອມການຂະຫຍາຍໂຕທີ່ໝັ້ນຄົງ

03. ໄດ້ເປັນສ່ວນໜື່ງຂອງທີມງານມືອາຊີບທີ່ເຂັ້ມແຂງ

04. ໄດ້ຮຽນຮູ້ ແລະ ເຮັດວຽກຢູ່ໃນສະພາບແວດລ້ອມແບບນາໆຊາດ

05. ໄດ້ຮັບຜົນປະໂຫຍດຈາກສະພາບແວດລ້ອມການຮຽນຮູ້ທີ່ໜ້າຕື່ນເຕັ້ນ

06. ໄດ້ຮັບສະຫວັດດີການພະນັກງານຢ່າງຫຼວງຫຼາຍ

07. ໄດ້ຮັບການຍອມຮັບ ແລະ ລາງວັນສໍາລັບວຽກງານທີ່ໂດດເດັ່ນ

08. ໄດ້ເປັນສ່ວນໜຶ່ງໃນການເຮັດວຽກຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ

ໂອກາດໃນການເຮັດວຽກ

ທ່ານຈະໄດ້ຮັບປະສົບການທີ່ຫຼາກຫຼາຍ ສໍາລັບກ້າວຕໍ່ໄປໃນອາຊີບຂອງທ່ານ. ພຽງແຕ່ສົ່ງ ຊີວະປະຫວັດ (CV) ຂອງທ່ານໃຫ້ພວກເຮົາໃນມື້ນີ້

​info@fortelaos.com