ບໍລິສັດ ຟໍເຕ-ໂຕໂກ ເລີ່ມດຳເນີນທຸລະກິດໃນ ສປປ ລາວ ໃນເດືອນພຶດສະພາ ປີ 2007 ແລະ ບໍລິສັດປະກັນໄພຊັ້ນນຳຂອງກຳປູເຈຍ ບໍລິສັດ ຟໍເຕ ປະກັນໄພ (ກຳປູເຈຍ) ມະຫາຊົນ ໄດ້ເຂົ້າມາຖືຫຸ້ນໃຫ່ຍ ໃນປີ 2018. ຟໍເຕ-ໂຕໂກ ປະກັນໄພ ໃຫ້ບໍລິການປະກັນໄພທົ່ວໄປຫຼາກຫຼາຍປະເພດ ເຊັ່ນ ການປະກັນໄພລົດ, ປະກັນອັກຄີໄພ, ປະກັັນໄພທີ່ຢູ່ອາໃສ, ປະກັນສຸຂະພາບ, ປະກັນໄພອຸປະຕິເຫດສ່ວນບຸກຄົນ, ປະກັນໄພການກໍ່ສ້າງ, ປະກັນໄພຄວາມຮັບຜິດຊອບດ້ານວິຊາຊີບ ແລະ ປະກັນໄພການຂົນສົ່ງ. ຈາກການເລີ່ມຕົ້ນດຳເນີນທຸລະກິດໃນປີ 2007 ຈົນເຖິງປະຈຸບັນ. ຟໍເຕ-ໂຕໂກ ປະກັນໄພ ໄດ້ມີການເຕີບໂຕຢ່າງເຂັ້ມແຂງ ໂດຍວັດແທກຈາກຈຳນວນລູກຄ້າທີ່ມີຄວາມເພິ່ງພໍໃຈເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ. ດ້ວຍຄວາມມຸ່ງໝັ້ນຍົກສູງຄຸນນະພາບການບໍລິການ, ຟໍເຕ-ໂຕໂກ ປະກັນໄພ ໄດ້ມີສາຂາໃນແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ແລະ ເຄືອຂ່າຍຕົວແທນໃນ 17 ແຂວງ ທົ່ວ ສປປ ລາວ.
ບໍລິສັດ ໄດ້ຮັບອະນຸຍາດດຳເນີນທຸລະກິດ ໃນປີ 2007 ຈາກກະຊວງແຜນການ ແລະ ການລົງທຶນ.
ໃນເດືອນ ມີນາ 2018, ບໍລິສັດ ຟໍເຕ ປະກັນໄພ (ກຳປູເຈຍ) ມະຫາຊົນ ໄດ້ເຂົ້າມາຖືຮຸ້ນສ່ວນໃຫຍ່ຂອງບໍລິສັດ
ທຶນຈົດທະບຽນ 3,000,000 ໂດລາສະຫະລັດ.
ພວກເຮົາພາກພູມໃຈທີ່ມີພະນັກງານ ແລະ ຊ່ຽວຊານທີ່ມີປະສົບການ ແລະ ພອນສະຫວັນ ພ້ອມດ້ວຍມຸ່ງໝັ້ນສູ່ຄວາມເປັນເລີດ ທີ່ເຮັດໃຫ້ເຮົາມີຄວາມພ້ອມໃນການແຂ່ງຂັນ. ພວກເຮົາເຊື່ອວ່າສະພາບແວດລ້ອມໃນການເຮັດວຽກ ແລະ ວັດທະນະທຳທີ່ເຂັ້ມແຂງ ເຮັດໃຫ້ພະນັກງານຂອງພວກເຮົາສາມາດປະກອບສ່ວນຢ່າງເຕັມສະມັດຕະພາບ. ມູມມອງ ແລະ ປະສົບການທີ່ເປັນເອກະລັກຂອງພວກເຂົາ ມີຄວາມສຳຄັນຢ່າງຍິ່ງຕໍ່ຄວາມສຳເລັດຢ່າງຕໍ່ເນື່ອງຂອງພວກເຮົາ.
ເໜືອສິ່ງອື່ນໃດ ບຸກຄະລາກອນຂອງພວກເຮົາມີຄວາມໜ້າເຊື່ອຖື, ສັດຊື່ ແລະ ມີປະສິດທິພາບ. ຄວາມຮູ້ ແລະ ປະສົບການຂອງພວກເຂົາ ເຮັດໃຫ້ພວກເຮົາເຕີບໃຫ່ຍຢ່າງຕໍ່ເນື່ອງ ແລະ ສາມາດສະໜອງຜະລິດຕະພັນ ແລະ ການບໍລິການ ທີ່ມີຄຸນນະພາບສູງ. ພະນັກງານຂອງພວກເຮົາແມ່ນປະຈໍາການຢູ່ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ພ້ອມເຄືອຂ່າຍຕົວແທນໃນ 17 ແຂວງ ທົ່ວ ສປປ ລາວ. ດ້ວຍການອຸທິດຕົນຢ່າງເຕັມທີ່ຂອງພວກເຮົາ ແລະ ທີມງານທີ່ເປັນມືອາຊີບ, ຟໍເຕ-ໂຕໂກ ປະກັນໄພ ໄດ້ປະສົມປະສານຄວາມຊໍານິຊໍານານລະດັບສາກົນ ແລະ ຄວາມຍືດຍຸ່ນໃນລະດັບທ້ອງຖິ່ນ ເພື່ອເຮັດໃຫ້ຄຳໝັ້ນສັນຍາຂອງພວກເຮົາໄດ້ໄປເຖິງໜ້າປະຕູບ້ານຂອງລູກຄ້າ. ການຄົ້ນພົບຈຸດແຂງຂອງພວກເຮົາແມ່ນຄວາມມຸ່ງໝັ້ນ ແລະ ສຸມໃສ່ການສ້າງຄວາມສຳພັນທີ່ຍາວນານກັບລູກຄ້າ ເຮັດໃຫ້ ຟໍເຕ-ໂຕໂກ ປະກັນໄພ ສາມາດສະໜອງການແກ້ໄຂບັນຫາທີ່ມີຂອບເຂດກວ້າງຂວາງ ເຊິ່ງສາມາດປັບແຕ່ງໃຫ້ເໝາະສົມກັບຄວາມຕ້ອງການສະເພາະໃຫ້ແກ່ລູກຄ້າພວກເຮົາ.