ນະໂຍບາຍຄວາມເປັນສ່ວນຕົວ

ຟໍເຕ ໃຫ້ຄວາມສໍາຄັນຕໍ່ການປົກປ້ອງຄວາມເປັນສ່ວນຕົວຂອງທ່ານ ຊື່ງບໍ່ມີການເກັບກຳຂໍ້ມູນຈາກບຸກຄົນທີ່ຕ້ອງການເຂົ້າເບີ່ງເວັບໄຊຂອງພວກເຮົາ ຍົກເວັ້ນແຕ່ວ່າມີຢູ່ໃນ Cookies ດັ່ງທີ່ອະທິບາຍໄວ້ຕໍ່ໄປນີ້. "Cookies" ແມ່ນໄຟ (File) ຂະໜາດນ້ອຍທີ່ເກັບໄວ້ໂດຍຕົວເວັບໄຊຂອງທ່ານ ເພື່ອຊ່ວຍໃຫ້ລະບົບສະເພາະໃດໜື່ງຮັບຮູ້ທ່ານ ແລະ ໜ້າເວັບໄຊຕ່າງໆທີ່ທ່ານໄດ້ໄປເບີ່ງໃນເວັບໄຊໃດໜື່ງ. ເວັບໄຊນີ້ໃຊ້ cookies ເພື່ອເຮັດໃຫ້ການນໍາໃຊ້ເວັບໄຊນີ້ສະດວກ ຕົວຢ່າງ: ພວກເຮົາໃຊ້ cookies ເພື່ອເກັບຮັກສາຂໍ້ມູນລະຫວ່າງ ໄລຍະເວລາ (sessions) ແລະ ເພື່ອຮັກສາຂໍ້ມູນກ່ຽວກັບຂໍ້ມູນທີ່ທ່ານໄດ້ຮ້ອງຂໍໃນລະຫວ່າງ ໄລຍະເວລາ (sessions) ຂອງທ່ານ.

 

ບໍລິສັດອອກສັນຍາຂອງຟໍເຕ ແລະ ບໍລິສັດໃນເຄືອ ຂໍສະຫງວນສິດໃນການແກ້ໄຂ ຫຼື ເພີ່ມເຕີມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວຕະຫຼອດເວລາ. ຟໍເຕ ຈະແຈ້ງໃຫ້ຜູ້ໃຊ້ ກ່ຽວກັບການແກ້ໄຂ ຫຼື ເພີ່ມເຕີມໃນໜ້າເວັບໄຊ ເມື່ອມີການປ່ຽນແປງ.

 

ການປະຕິເສດຄວາມຮັບຜິດຊອບ

ເນື້ອຫານີ້ ແມ່ນສໍາລັບຈຸດປະສົງເປັນຂໍ້ມູນເທົ່ານັ້ນ ແລະ ບໍ່ແມ່ນສັນຍາ. ຊື່ງມີຈຸດປະສົງເພື່ອສະໜອງເນື້ອຫາທົ່ວໄປຂອງຜະລິດຕະພັນ ແລະ ການບໍລິການ. ກະລຸນາຈື່ໄວ້ວ່າ ມີພຽງແຕ່ສັນຍາປະກັນໄພເທົ່ານັ້ນ ທີ່ສາມາດໃຫ້ເງື່ອນໄຂຕົວຈິງ, ການຄຸ້ມຄອງ, ຈໍານວນ, ເງື່ອນໄຂ ແລະ ຂໍ້ຍົກເວັ້ນຂອງການປະກັນໄພ. ສໍາລັບລາຍລະອຽດຄົບຖ້ວນສົມບູນຂອງຂໍ້ກໍານົດ, ເງື່ອນໄຂ ແລະ ຂໍ້ຍົກເວັ້ນການປະກັນໄພ ຫຼື ຜະລິດຕະພັນ ຫຼື ບໍລິການອື່ນໆ, ກະລຸນາຕິດຕໍ່ຜູ້ຊ່ຽວຊານດ້ານການຂາຍ, ຕົວແທນປະກັນໄພ, ນາຍໜ້າປະກັນໄພຂອງພວກເຮົາ ຫຼື ອ້າງອີງເຖິງສັນຍາປະກັນໄພ ຫຼື ສັນຍາການບໍລິການ.

 

ລີ້ງ (Link) ​ເຊື່ອມ​ຕໍ່ກັບ​ເວັບ​ໄຊ​ອິນ​ເຕີ​ເນັດ​ອື່ນໆ​ທີ່​ບໍ່​ໄດ້​ຮັກ​ສາ​ໄວ້​ໂດຍ ຟໍເຕ ອາດ​ຈະ​ໄດ້​ຮັບ​ການ​ເຂົ້າ​ເຖິງ​ໂດຍ​ຜ່ານ​ເວັບ​ໄຊ​ນີ້​. ຊື່ງທີ່ຢູ່ອິນເຕີເນັດພາຍນອກດັ່ງກ່າວ ມີຂໍ້ມູນທີ່ຖືກສ້າງຂື້ນ, ເຜີຍແຜ່, ເກັບຮັກສາໄວ້ ຫຼື ລົງໂຄສະນາໂດຍອົງກອນ ແລະ ໜ່ວຍງານທີ່ບໍ່ຂຶ້ນກັບ ຟໍເຕ, ຟໍເຕ ຈະບໍ່ຮັບຜິດຊອບຕໍ່ເນື້ອຫາຂອງເວັບໄຊເຫຼົ່ານັ້ນ ຫຼື ບໍ່ອະນຸມັດ, ຮັບຮອງ ຫຼື ຢັ້ງຢືນຂໍ້ມູນທີ່ມີຢູ່ໃນເວັບໄຊພາຍນອກ ຫຼື ທີ່ຢູ່ຂອງລີ້ງ (Link) ທີ່ເຊື່ອມຕໍ່ທີ່ສະແດງຢູ່ໃນນີ້.