ວັນອັງຄານ 10 ມັງກອນ 2023
ຟໍເຕ-ໂຕໂກ ເປີດໂຕໂລໂກ້ໃໝ່ ເພື່ອສະແດງເຖິງການວິວັດທະນາການຂອງບໍລິສັດ ໃນກ້າວຕໍ່ໄປ.

 

 


 

ນະຄອນຫຼວງວຽງຈັນ, ສປປ ລາວ - ຟໍເຕ-ໂຕໂກ, ຜູ້ນຳດ້ານ ບໍລິສັດປະກັນໄພທົ່ວໄປ ໄດ້ເຜີຍໂສມ ໂລໂກ້ທີ່ປັບປຸງໃໝ່ ແລະ ສະໂລແກນ 'ດໍາເນີນຊີວິດຢ່າງໝັ້ນໃຈ.' ເພື່ອຊີ້ໃຫ້ເຫັນເຖິງໄລຍະຕໍ່ໄປຂອງການຂະຫຍາຍຕົວຂອງບໍລິສັດ.


ດຽວນີ້ ຟໍເຕ-ໂຕໂກ ຈະເປັນທີ່ຮູ້ຈັກກັນໃນນາມ ຟໍເຕ ເພື່ອສອດຄ່ອງກັບສໍານັກງານໃຫຍ່ຂອງຕົນໃນປະເທດກໍາປູເຈຍ ເຊິ່ງໄດ້ຖືກສ້າງຕັ້ງຂຶ້ນມາເປັນເວລາຫຼາຍກວ່າ 20 ປີ ແລະ ເປັນບໍລິສັດປະກັນໄພທົ່ວໄປທີ່ໃຫຍ່ທີ່ສຸດ ພ້ອມທັງບໍລິສັດປະກັນໄພຊີວິດທີ່ເຕີບໂຕໄວໃນປະເທດອີກດ້ວຍ.
ການເປີດໂຕໂລໂກໃໝ່ໃນຄັ້ງນີ້ ຟໍເຕ ໄດ້ປັບວິໄສທັດ, ພາລະກິດ ແລະ ຄຸນຄ່າຂອງຕົນ ເພື່ອແນ່ໃສ່ການສະໜອງຜະລິດຕະພັນ ແລະ ການເອົາໃຈໃສ່ລູກຄ້າ ດ້ວຍນະວັດກໍາໃໝ່ ແລະ ຂະຫຍາຍການສະໜອງປະກັນໄພທົ່ວໄປ ແລະ ປະກັນໄພຊີວິດໃນຕະຫຼາດອື່ນໆຂອງພາກພື້ນ.

 

 

 

 

 

 

ການພັດທະນາໂລໂກ້ ແລະ ສະໂລແກນໃໝ່, 'ດໍາລົງຊີວິດຢ່າງໝັ້ນໃຈ', ມີຈຸດປະສົງຄື ການຍົກລະດັບການບໍລິການປະກັນໄພ ແລະ ບໍລິການທາງດ້ານການເງິນຢ່າງມີມະນຸດສະທໍາ ໃນຮູບແບບທີ່ເສີມສ້າງປະສິດທິພາບ ແລະ ໃນເວລາດຽວກັນກໍ ສ້າງການຂະຫຍາຍຕົວແບບຍືນຍົງ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນ.

 

ທ່ານ Charles Cheo, ປະທານບໍລິຫານກຸ່ມບໍລິສັດ ຟໍເຕ, ກ່າວວ່າ “ຄວາມສຳເລັດຂອງ ຟໍເຕ ຄືການໃສ່ໃຈລູກຄ້າ, ການຄິດໄປຂ້າງໜ້າ ແລະ ມີນະວັດຕະກໍາໃໝ່ຢູ່ສະເໝີຕະຫຼອດໄລຍະສອງທົດສະວັດທີ່ຜ່ານມາ. ພວກເຮົາເຊື່ອວ່າ ຄຸນຄ່າ ຫຼື ຄວາມໜ້າເຊື່ອຖືຂອງບໍລິສັດທີ່ເຂັ້ມແຂງ ຕ້ອງເບິ່ງຄວບຄູ່ໄປກັບຄວາມໝັ້ນຄົງທາງດ້ານການເງິນ ໂດຍບໍລິສັດຂອງພວກເຮົາໄດ້ຖືກຈັດອັນດັບຈາກ Global Credit Rating Co ໃຫ້ຢູ່ໃນລະດັບ 'AA' ດ້ວຍສິ່ງເຫຼົ່ານີ້ ຈຶ່ງເປັນໃຫ້ ຟໍເຕ ໄດ້ກາຍເປັນບໍລິສັດທີ່ໜ້າເຊື່ອຖື ສຳລັບຜູ້ຖືຫຸ້ນ ແລະ ເຮັດໃຫ້ ຟໍເຕ ກາຍເປັນບໍລິສັດທີ່ສາມາດຂະຫຍາຍເປັນຜູ້ນຳໃນລະດັບພາກພື້ນໄດ້ ພວກເຮົາຫວັງວ່າຈະປະສົບຜົນສຳເລັດໃຫ້ຫຼາຍກວ່າເກົ່າອີກ ໃນທົດສະວັດຕໍ່ໆໄປ.”


ທ່ານ Youk Chamroeunrith, ຜູ້ອຳໜ່ວຍການກຸ່ມບໍລິສັດ ຟໍເຕ ກ່າວວ່າ “ເຖິງເວລາແລ້ວທີ່ພວກເຮົາຈະກ້າວໄປຂ້າງໜ້າ ແລະ ປັບປຸງໃຫ້ທັນສະໄໝສຳລັບຍຸກດິຈິຕອລໃນປັດຈຸບັນ. ເອກະລັກຂອງໂລໂກ້ທີ່ປັບປຸງໃໝ່ຂອງພວກເຮົາໝາຍເຖິງຄວາມໝັ້ນໃຈ ແລະ ການຄິດໃນແງ່ດີໃນການກ້າວໄປຂ້າງໜ້າ ໂດຍການເປັນໜຶ່ງໃນຄອບຄົວຂອງ ຟໍເຕ. ດ້ວຍຈຸດປະສົງອັນໜັກແໜ້ນ, ສອດຄ່ອງກັບວິໄສທັດຂອງພວກເຮົາ ເພື່ອປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ທຸກຄົນໃນພາກພື້ນເພື່ອອະນາຄົດທີ່ດີກວ່າ - ສຳຄົນຫນຶ່ງຄົນ ແລະ ໜຶ່ງທຸລະກິດໃນເວລາດຽວກັນ.”

 

ທ່ານ Sean Thorninn, ຜູອຳນວຍການບໍລິສັດ ຟໍເຕ ລາວ ກ່າວວ່າ “ນັບຕັ້ງແຕ່ບໍລິສັດຂອງພວກເຮົາໄດ້ສ້າງຕັ້ງຂຶ້ນໃນປີ 2007, ຈຸດປະສົງຂອງພວກເຮົາແມ່ນເພື່ອກໍານົດມາດຕະຖານສໍາລັບອຸດສາຫະກໍາປະກັນໄພທີ່ເຮົາດຳເນີນງານຢູ່ທີ່ນີ້, ໂດຍສຸມໃສ່ການນໍາສະເໜີຜະລິດຕະພັນປະກັນໄພທີ່ມີນະວັດກໍາໃໝ່ ແລະ ແທດເໝາະກັບກຸ່ມເປົ້າໝາຍ ແລະ ການບໍລິການລູກຄ້າທີ່ດີຂຶ້ນກວ່າເກົ່າ. ພວກເຮົາໃນນາມຄະນະຜູ້ບໍລິຫານຂອງ ຟໍເຕ ລາວ ໃຫ້ຄຳໝັ້ນສັນຍາວ່າ ນັບຈາກນີ້ເປັນຕົ້ນໄປ ພວກເຮົາຈະພະຍາຍາມສະຫນອງປະສົບການທີ່ດີກວ່າເກົ່າໃຫ້ແກ່ລູກຄ້າ, ພະນັກງານ ແລະ ຊຸມຊົນລາວຂອງພວກເຮົາ ເພື່ອໃຫ້ທຸກຄົນສາມາດດໍາເນີນຊີວິດຢ່າງໝັ້ນໃຈ."

 

ທ່ານ​ນາງ Sharliza Rahman, ຫົວ​ໜ້າ​ພະແນກ​ດ້ານ​ດິ​ຈິ​ຕອລຂອງກຸ່ມບໍລິສັດ ຟໍເຕ ກ່າວ​ວ່າ “ພວກ​ເຮົາ​ໄດ້​ພັດ​ທະ​ນາແບຣນ ​ແລະ ​ການສື່ສານ​ຂອງ ຟໍເຕ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ເປັນ​ໃຜ​ໃນ​ມື້​ນີ້ ແລະ ​ເພື່ອໃຫ້ແທດເໝາະກັບຄວາມຄາດຫວັງ ແລະ ເປົ້າໝາຍ​ຂອງ​ພວກ​ເຮົາ​ໃນ​ອະ​ນາ​ຄົດ. ສິ່ງນີ້ຈະສະແດງເຖິງຄວາມຕັ້ງໃຈຂອງພວກເຮົາ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ ໂດຍການສະໜອງຕາໜ່າງແຫ່ງຄວາມປອດໄພ ໃຫ້ທຸກຄົນ ເພື່ອສ້າງຄວາມກ້າຫານໃນການທີ່ຈະບັນລຸຄວາມປາຖະຫນາຂອງເຂົາເຈົ້າ. ການປັບປຸງແບຣນຂອງພວກເຮົາໄດ້ດຳເນີນງານຢ່າງລະອຽດ ແຕ່ກໍຍັງຄົງຄວາມຮັກສາຄວາມເປັນໂຕຂອງໂຕເງ ແລະ ປະຫວັດສາດຂອງພວກເຮົາໄວ້ ເພື່ອໃຫ້ແບຣນຂອງພວກເຮົາມີເອກະລັກ ແລະ ຄວາມໜັ້ນໃຈ."

 

 

ໃນເດືອນຕໍ່ໆໄປ ຟໍເຕ ຈະເປີດຕົວເອກະລັກທີ່ປັບປຸງໃຫມ່ຕາມສະຖານທີ່ຕ່າງໆ ແລະ ຈະດໍາເນີນການໂຄສະນາການຕະຫຼາດໃນພາກພື້ນໃນກໍາປູເຈຍ ແລະ ສປປລາວ.


ຟໍເຕ ໄດ້ຮັບການຍອມຮັບໃນລະດັບພາກພື້ນ ໃຫ້ເປັນຜູ້ນຳດ້ານປະກັນໄພພາຍໃນປະເທດແຫ່ງປີໂດຍ Insurance Asia Awards ເປັນຄັ້ງທີສອງ ແລະ ເປັນບໍລິສັດປະກັນໄພທົ່ວໄປທີ່ດີທີ່ສຸດໃນ ປະເທດ ກໍາປູເຈຍ ທີ່ຖືກຮັບຮອງໂດຍ Global Banking and Finance Review ເປັນປີທີ 8 ຕິດຕໍ່ກັນ.


ກ່ຽວກັບ ຟໍເຕ ປະກັນໄພ


ຟໍເຕ ເປັນຜູ້ນໍາພາການຂະຫຍາຍຕົວຂອງອຸດສາຫະກໍາປະກັນໄພໃນອາຊີຕາເວັນອອກສຽງໃຕ້ທີ່ພົ້ນເດັ່ນຂຶ້ນດ້ວຍວິໄສທັດຂອງຕົນ ເພື່ອປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ທຸກຄົນໃນພາກພື້ນເພື່ອອະນາຄົດທີ່ດີກວ່າ - ສຳຄົນຫນຶ່ງຄົນ ແລະ ໜຶ່ງທຸລະກິດໃນເວລາດຽວກັນ. ຟໍເຕ ລາວ ສ້າງຕັ້ງຂຶ້ນໃນປີ 2007 ແລະ ຍັງຄົງຮັກສາພາລະກິດຂອງຕົນໃນການສະໜອງຜະລິດຕະພັນ ແລະ ການບໍລິການທີ່ແນໃສ່ລູກຄ້າດ້ວຍນະວັດຕະກໍາໃຫມ່, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ປະກອບສ່ວນເຂົ້າໃນຄວາມຄືບໜ້າຂອງອຸດສາຫະກຳປະກັນໄພ ບໍ້ວ່າຈະເປັນການສະໜອງປະກັນໄພໃນປະເທດກໍາປູເຈຍ ແລະ ການປະກັນໄພທົ່ວໄປໃນ ສປປ ລາວ, ຟໍເຕ ແມ່ນຄູ່ຮ່ວມງານທີ່ຕ້ອງການຂອງຜູ້ປະກັນໄພໃນຫຼາຍປະເທດ. ຟໍເຕ ຍັງເປັນນາຍຈ້າງຂອງທາງເລືອກທີ່ສະຫນອງການເຮັດວຽກຮ່ວມກັນທີ່ໃຫ້ລາງວັນຜົນສໍາເລັດ ແລະ ໂອກາດສໍາລັບພະນັກງານທີ່ຈະເຕີບໂຕໂດຍຜ່ານການສຶກສາ ແລະ ການພັດທະນາວິຊາຊີບ.

ບົດຄວາມທີ່ກ່ຽວຂ້ອງ
ບົດຄວາມທີ່ກ່ຽວຂ້ອງ