ມ່ວນຊື່ນກັບປະສົບການ ການຫຼິ້ນກ໊ອບຢ່າງສະບາຍໃຈໂດຍບໍ່ຕ້ອງກັງວົງ ເພາະເຮົາຈະຄຸ້ມຄອງຄວາມສ່ຽງຕ່າງໆທີ່ອາດຈະເກີດຂື້ນໃຫ້ທ່ານເອງ.

ບໍ່ວ່າທ່ານຈະຫຼິ້ນກ໊ອບເກັ່ງປານໃດ ຫຼື ຈະລະມັດລະວັງຫຼາຍປານໃດ, ການຫຼິ້ນກ໊ອບ ກໍອາດມີຄວາມສ່ຽງເກີດຂຶ້ນກັບອຸປະກອນ, ໂຕທ່ານເອງ ແລະ ສິ່ງທີ່ອ້ອມໂຕທ່ານ.


ການຫຼິ້ນກ໊ອບດ້ວຍຄວາມສະບາຍໃຈ ຈະເຮັດໃຫ້ທ່ານຫຼິ້ນໄດ້ດີຂຶ້ນ ເພາະທ່ານຈະໄດ້ຮັບການຄຸ້ມຄອງກ່ຽວກັບອຸປະຕິເຫດຕ່າງໆທີ່ເກີດຂຶ້ນໃນສະໝາມກ໊ອບ. ອຸປະກອນ ແລະ ອຸປະກອນເສີມສຳລັບການຫຼິ້ນກ໊ອບຕ່າງໆ ແມ່ນຈະໄດ້ຮັບການຄຸ້ມຄອງ ແລະ ສາມາດປ່ຽນໃໝ່ໄດ້ ໃນກໍລະນີທີ່ເສຍຫາຍ, ສູນເສຍ ຫຼື ຖືກລັກ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656

ຜົນປະໂຫຍດທີ່ສໍາຄັນ

ປະກັນໄພ ນັກຫຼິ້ນກ໊ອບ ຄຸ້ມຄອງ ແລະ ໃຫ້ຜົນປະໂຫຍດແກ່ທ່ານໄດ້ດັ່ງນີ້:

ການຕີເຂົ້າຂຸມໄດ້ຄັ້ງດຽວ (hole in one)

ເມື່ອມີຫຼັກຖານຂອງຜູ້ເອົາປະກັນໄພທີ່ສາມາດເຮັດຄະແນນໄດ້ໂດຍການຕີເຂົ້າຂຸມໄດ້ຄັ້ງດຽວ (Hole in One) ໃນຂະນະທີ່ກຳລັງຫຼີ້ນກ໊ອບໃນສະໜາມກ໊ອຟທີ່ໄດ້ຖືກຮັບຮອງຢູ່ທຸກບ່ອນໃນຂອບເຂດ, ບໍລິສັດ ຟໍເຕ ຈະຈ່າຍຄືນຄ່າໃຊ້ຈ່າຍທີ່ເກີດຂຶ້ນສໍາລັບເຄື່ອງດື່ມໂດຍອີງໃສ່ໃບບິນຄ່າ / ໃບຮັບເງິນໃນວັນທີທີ່ກ່ຽວຂ້ອງນັ້ນ ໂດຍຈໍານວນສູງສຸດ 800,000 ກີບເທົ່ານັ້ນ.

ຄວາມຮັບຜິດຊອບຕໍ່ສາທາລະນະຊົນ

ວົງເງິນສູງສຸດເຖິງ 250,000,000 ກີບ ໂດຍການຮຽກຮ້ອງຈາກອຸປະຕິເຫດ ອັນເນື່ອງມາຈາກຜູ້ເອົາປະກັນໄພ ໃນເວລາຫຼິ້ນກ໊ອບ ຫຼື ຝຶກຊ້ອມກ໊ອບໃນສະໜາມກ໊ອບທີ່ໄດ້ຖືກຮັບຮອງ ແລະ ກໍ່ໃຫ້ເກີດ:

  • ອຸບັດຕິເຫດບາດເຈັບທາງຮ່າງກາຍໃຫ້ແກ່ບຸກຄົນທີ່ສາມ
  • ຄວາມເສຍຫາຍຈາກອຸບັດຕິເຫດຕໍ່ກັບຊັບສິນທີ່ບໍ່ແມ່ນຂອງຜູ້ເອົາປະກັນໄພ
  • ຄ່າໃຊ້ຈ່າຍຂອງການດໍາເນີນຄະດີຕໍ່ຜູ້ເອົາປະກັນໄພ
ອັກຄີໄພ ຫຼື ການລັກ
  • ຄຸ້ມກັນໄມ້ຕີກ໊ອບ, ຖົງໄມ້ກ໊ອບ, ບ່ອນຮອງຖົງໄມ້ກ໊ອບ ແລະ ອຸປະກອນການຫຼິ້ນກ໊ອບ ທີ່ເປັນຂອງຜູ້ໄດ້ຮັບການປະກັນໄພ ໃນຂະນະທີ່ຢູ່ໃນອາຄານ ຫຼື ຢູ່ໃນລະຫວ່າງການເຄື່ອນຍ້າຍ ວົງເງິນສູງສຸດແຕ່ບໍ່ເກີນ 4,000,000 ກີບ ໃນໄລຍະຂອງການປະກັນໄພ. ໂດຍຫັກການຈ່າຍໄດ້ 250.000 ກີບ ຕໍ່ອຸປະກອນ ແລະ ທຸກການຮຽກຮ້ອງສິນປະກັນໄພ.
  • ຄວາມເສຍຫາຍຕໍ່ຊັບສິນສ່ວນຕົວຂອງຜູ້ເອົາປະກັນໄພ ໃນຂະນະທີ່ຢູ່ໃນສະໂມສອນກ໊ອບ ຫຼື ຮ້ານຂາຍອຸປະກອນການຫຼິ້ນກ໊ອບ ວົງເງິນສູງສຸດແຕ່ບໍ່ເກີນ 1,300,000 ກີບ ໃນໄລຍະຂອງການປະກັນໄພທີ່ເກີດຈາກອັກຄີໄພ, ການໂຈລະກຳ, ການງັດເຂົ້າເຮືອນ, ການປຸ້ນ ຫຼື ການລັກ.
ອຸປະຕິເຫດສ່ວນບຸກຄົນ

ຜູ້ເອົາປະກັນໄພ ຈະຕ້ອງໄດ້ຮັບຜົນເສຍຫາຍຈາກເຫດການທີ່ເກີດຂຶ້ນ ພາຍໃນ 90 ວັນດັ່ງນີ້:

 

ເຫດການ: ການບາດເຈັບທາງຮ່າງກາຍທີ່ເກີດຈາກອຸປະຕິເຫດ, ຮູບແບບພາຍນອກ ແລະ ເບິ່ງເຫັນໄດ້ຊັດເຈນຢ່າງດຽວ ແລະ ໂດຍກົງ ເຊິ່ງການບາດເຈັບດັ່ງກ່າວແມ່ນບໍ່ໄດ້ມາຈາກສາເຫດອື່ນ ໂດຍແມ່ນສາເຫດດຽວ ແລະ ໂດຍກົງຂອງຜົນເສຍຫາຍດັ່ງທີ່ລະບຸໄວ້ໃນຂໍ້ a) ເຖິງ g)

ຜົນເສຍຫາຍ
  1. ການເສຍຊີວິດ
  2. ການສູນເສຍການເບິ່ງເຫັນຂອງຕາທັງສອງຂ້າງທັງໝົດ ແລະ ບໍ່ສາມາດກັບມາເບິ່ງເຫັນໄດ້.
  3. ການສູນເສຍມື ແລະ ຕີນທັງສອງຂ້າງທັງໝົດ ຫຼື ມື ແລະ ຕີນຂ້າງດຽວ.
  4. ການສູນເສຍມື ແລະ ຕີນຂ້າງດຽວພ້ອມກັນ ແລະ ການສູນເສຍການເບິ່ງເຫັນຂອງຕາຂ້າງດຽວໂດຍບໍ່ສາມາດກັບມາເບິ່ງເຫັນໄດ້
  5. ການສູນເສຍການເບິ່ງເຫັນຂອງຕາຂ້າງດຽວ ໂດຍບໍ່ສາມາດກັບມາເບິ່ງເຫັນໄດ້
  6. ການສູນເສຍມື ແລະ ຕີນຂ້າງດຽວ
  7. ການພິການທາງຮ່າງກາຍທັງໝົດຊົ່ວຄາວຈາກການດຳເນີນທຸລະກິດເປັນປົກກະຕິ.
ຜົນປະໂຫຍດ (ກີບ)

a. 50,000,000

b. 50,000,000

 

c. 50,000,000

 

d. 50,000,000

 

 

e. 25,000,000

 

f. 25,000,000

g. 130,000 ຕໍ່ອາທິດ ສູງສຸດຮອດ 26 ອາທິດ

ການຄຸ້ມກັນ

ປະກັນໄພ ນັກຫຼິ້ນກ໊ອບ ໃຫ້ການຄຸ້ມຄອງການສູນເສຍ ຫຼື ຄວາມເສຍຫາຍ ຕໍ່ອຸປະກອນການຫຼິ້ນກ໊ອບ, ຖົງໄມ້ກ໊ອບ ແລະ ອຸປະກອນການຫຼິ້ນກ໊ອບອື່ນໆ ທີ່ເປັນຂອງຜູ້ເອົາປະກັນໄພ ໃນຂະນະທີ່ຢູ່ໃນອາຄານ ຫຼື ຢູ່ໃນລະຫວ່າງການເຄື່ອນຍ້າຍຈາກສະຖານທີ່ໜຶ່ງໄປສະຖານທີ່ອື່ນ ອັນເນື່ອງມາຈາກ ອັກຄີໄພ, ການຖືກລັກ, ການງັດເຂົ້າເຮືອນ, ການປູ້ນ ຫຼື ການລັກ. ປະກັນໄພນີ້ຍັງຄຸ້ມຄອງເຄື່ອງໃຊ້ສ່ວນຕົວຂອງຜູ້ເອົາປະກັນໄພ ທີ່ຢູ່ໃນຮ້ານຂາຍອຸປະກອນການຫຼິ້ນກ໊ອບ, ໃນສະໝາມກ໊ອບ ທີ່ເກີດເຫດການອັກຄີໄພ, ການຖືກລັກ, ການງັດເຂົ້າເຮືອນ, ການປຸ້ນ ຫຼື ການລັກ.

 

ນອກຈາກນີ້, ປະກັນໄພດັ່ງກ່າວຍັງໃຫ້ການຄຸ້ມຄອງການບາດເຈັບທາງດ້ານຮ່າງກາຍ ຂອງຜູ້ເອົາປະກັນໄພທີ່ເກີດຈາກອຸປະຕິເຫດ ແລະ ຄວາມຮັບຜິດຊອບຕາມກົດໝາຍຂອງຜູ້ເອົາປະກັນໄພຕໍ່ບຸກຄົນທີສາມ ໃນເວລາຫຼິ້ນກ໊ອບ ຫຼື ການຝຶກຊ້ອມກ໊ອບ ໃນສະໜາມກ໊ອບທີ່ໄດ້ຖືກຮັບຮອງ.

 

ໃນກໍລະນີທີ່ຜູ້ເອົາປະກັນໄພ ຫາກສາມາດເຮັດຄະແນນໄດ້ໂດຍການຕີເຂົ້າຂຸມໄດ້ໃນຄັ້ງດຽວ (Hole in One) ໃນເວລາກຳລັງຫຼິ້ນກ໊ອບຢູ່ສະໜາມກ໊ອບທີ່ໄດ້ຖືກຮັບຮອງ, ປະກັນໄພນີ້ຍັງຊ່ວຍອອກຄ່າໃຊ້ຈ່າຍການກິນດື່ມສະຫຼອງໃນໂອກາດດັ່ງກ່າວອີກດ້ວຍ.


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ