ປົກປ້ອງທຸລະກິດຂອງທ່ານໃນມື້ນີ້

ປະກັນໄພລັກຊັບ ແມ່ນໃຫ້ການປົກປ້ອງຈາກເຫດການລັກຊັບສິນຂອງທ່ານ. ລະບົບຄວາມປອດໄພປະກອບດ້ວຍກ້ອງ, ສັນຍາເຕືອນ, ແລະ ກ້ອງ CCTV ເປັນສິ່ງຈໍາເປັນສໍາລັບເຮືອນ ແລະ ທຸລະກິດທີ່ມີມູນຄ່າ. ແຕ່ມີບາງຄັ້ງທີ່ລະບົບດຳເນີນການບໍ່ໄດ້ ແລະ ການລັກຊັບ ຈະສ້າງຄວາມເສຍຫາຍ ແລະ ເຮັດໃຫ້ທຸລະກິດຖືກຢຸດສະຫງັກ.

 

ປະກັນໄພລັກຊັບຂອງ ຟໍເຕ ໃຫ້ການຊົດເຊີຍທາງດ້ານການເງິນຕໍ່ກັບການສູນເສຍ ຫຼື ຄວາມເສຍຫາຍຕໍ່ຊັບສິນທີ່ໄດ້ຮັບການປະກັນໄພທີ່ເກີດຈາກການຂີ້ລັກ ແລະ ການຖືກບັງຄັບ ແລະ ໃຊ້ຄວາມຮຸນແຮງເພື່ອເຂົ້າໄປໃນ ຫຼື ອອກຈາກສະຖານທີ່ຂອງທ່ານ. ຄວາມເສຍຫາຍຕໍ່ກັບສະຖານທີ່ ຊຶ່ງເກີດຈາກການລັກຊັບກໍ່ໄດ້ຮັບການຄຸ້ມຄອງເຊັ່ນດຽວກັນ.

ຂໍ້ມູນເພີ່ມເຕີມ - ຕິດຕໍ່ເບີ (+856) 20 5456 8656
ການຄຸ້ມຄອງມີຫຍັງແດ່?

ສັນຍາປະກັນໄພນີ້ ໃຫ້ການຄຸ້ມຄອງຕໍ່ການສູນເສຍ ຫຼື ຄວາມເສຍຫາຍຕໍ່ຊັບສິນຂອງທ່ານໃນສະຖານທີ່ທຸລະກິດ ຫຼື ທີ່ພັກອາໄສສ່ວນຕົວ ເນື່ອງຈາກ:

 

  • ການເຂົ້າລັກຊັບທີ່ເກີດຂຶ້ນຈິງ ໂດຍໃຊ້ຄວາມຮຸນແຮງ ແລະ ບັງຄັບ.
  • ການລັກຊັບ ຫຼື ພະຍາຍາມລັກຊັບໂດຍບຸກຄົນທີ່ ເຊື່ອງ ຫຼື ລີ້ຢູ່ໃນສະຖານທີ່ໄດ້ຮັບການປະກັນໄພ.
  • ການ​ປຸ້ນຊັບດ້ວຍການໃຊ້ອາວຸດປືນຂົ່ມຂູ່.
  • ສັນຍາປະກັນໄພ ດັ່ງກ່າວຍັງໃຫ້ການຄຸ້ມຄອງເອົາຄວາມເສຍຫາຍຂອງສະຖານທີ່ ຊິ່ງເກີດຈາກການລັກຊັບ ຫຼື ພະຍາຍາມບຸກເຂົ້າໄປ.

ທ່ານ​ສາ​ມາດ​ເລືອກເຮັດ​ປະ​ກັນໄພຕໍ່​ຊັບ​ສິນ​ຂອງ​ທ່ານ​ໃນ​ສອງ​ພື້ນ​ຖານ​ດັ່ງ​ຕໍ່​ໄປ​ນີ້​:


ພວກເຮົາຍິນດີໃຫ້ຄວາມຊ່ວຍເຫຼືອ

ຖ້າທ່ານຍັງບໍ່ແນ່ໃຈວ່າຕ້ອງການຫຍັງ? ໃຫ້ທີມງານຊ່ວຍເຫຼືອຂອງພວກເຮົາຕິດຕໍ່ຫາທ່ານ, ເຖິງແມ່ນວ່າທ່ານຈະບໍ່ແມ່ນລູກຄ້າ ກໍສາມາດປຶກສາໄດ້ໂດຍບໍ່ເສຍຄ່າທີ່ເບີ (+856) 20 5456 8656 ພວກເຮົາພ້ອມທີ່ຈະໃຫ້ຄຳປຶກສາແກ່ທ່ານໃນທຸກເວລາ.
ການຮຽກຮ້ອງສິນທົດແທນຄືນ

ໃນກໍລະນີເກີດການລັກຊັບ, ກະລຸນາ:

  • ຍື່ນຄໍາຮ້ອງຟ້ອງຕໍ່ຕໍາຫຼວດທັນທີ.
  • ດຳເນີນທຸກຂັ້ນຕອນເພື່ອສຶບຄົ້ນຫາຜູ້ກະທຳຜິດ ແລະ ເອົາຊັບສິນທີ່ສູນຫາຍຄືນ.
  • ແຈ້ງໃຫ້ພວກເຮົາເປັນລາຍລັກອັກສອນທັນທີເພື່ອການກວດກາ.
  • ສະໜອງຂໍ້ມູນ ແລະ ຫຼັກຖານເອກະສານທັງໝົດດັ່ງກ່າວໃຫ້ພວກເຮົາພາຍໃນ 30 ວັນ.

ສຳລັບຂໍ້ມູນເພີ່ມເຕີມ ຕິດຕໍ່ພວກເຮົາໄດ້ທີ່ເບີ (+856) 20 2888 5556 ຫຼື (+856) 20 5456 8656 ຫຼື ຕິດຕໍ່ທີມງານຂອງພວກເຮົາໄດ້ທີ່ info@fortelaos.com.

ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ