ການປະກັນໄພຮອບດ້ານ ແລະ ການຄຸ້ມຄອງຂອງປະກັນໄພທຸລະກິດຂອງ ຟໍເຕ-ໂຕໂກ, ພວກເຮົາສາມາດສ້າງການຄຸ້ມຄອງທີ່ຫຼາກຫຼາຍທີ່ເໝາະສົມກັບທ່ານ ແລະ ທຸລະກິດຂອງທ່ານ ນັບຕັ້ງແຕ່ການສ້າງຕັ້ງບໍລິສັດ ລວມໄປເຖິງພະນັກງານ ແລະ ຊັບສິນທາງດ້ານການເງິນຂອງທ່ານ.
ອຸທິດຕົນຢ່າງເປັນມືອາຊີບ
ເຫັນຄຸນຄ່າໃນເງິນຂອງທ່ານ
ມີທີ່ປຶກສາຫຼາຍພາສາ
ບໍລິການສາຍດ່ວນ 24 ຊົ່ວໂມງ
ການຈ່າຍສິນທົດແທນທີ່ມີປະສິດທິພາບ
ຖານະການເງິນທີ່ເຂັ້ມແຂງ
ພວກເຮົາໄດ້ຊົມໃຊ້ຫຼາກຫຼາຍຜະລິດຕະພັນຂອງ ຟໍເຕ-ໂຕໂກ ມາຕັ້ງແຕ່ປີ 2013: ມີຜະລິດຕະພັນສຳລັບພະນັັກງານແບບເປັນກຸ່ມ, ປະກັນອຸປະຕິເຫດສ່ວນບຸກຄົນແບບເປັນກຸ່ມ, ປະກັນໄພລົດ, ປະກັນອັກຄີໄພ ແລະ ໄພເພີ່ມເຕີມອື່ນໆ ແລະ ປະກັນໄພການຂີ້ລັກງັດແງະ. ພວກເຮົາພໍໃຈຫຼາຍສຳລັບການບໍລິການ ແລະ ການຮຽກຮ້ອງສິນທົດແທນ ເຊິ່ງເປັນມາດຕະຖານທີ່ສູງ ແລະ ມີການຕອບສະໜອງໄດ້ຢ່າງວ່ອງໄວ. ພະນັກງານຂອງພວກເຮົາຫຼາຍຄົນມີຄວາມພໍໃຈກັບການນຳໃຊ້ບັດແທນເງິນສົດທີ່ສາມາດນຳໃຊ້ໄດ້ກັບເຄືອຂ່າຍໂຮງໝໍທີ່ຫຼາກຫຼາຍທັງພາຍໃນປະເທດລາວ ແລະ ປະເທດໄທ. ຂໍ້ດີອີກຢ່າງໜຶ່ງຄືການບໍລິການທີ່ດີເລີດສຳລັບປະກັນໄພລົດ ພວກເຂົາຈະເຮັດໃຫ້ເຮົາໝັ້ນໃຈສະເໝີວ່າ ພວກເຂົາຈະມາຮອດສະຖານທີເກີດເຫດ ແລະ ຊ່ວຍເຫຼືອພວກເຮົາໄດ້ຢ່າງໄວທີ່ສຸດ.
ທ່ານ ນຸວົງ ພົນສະຫວັດ
ຜູ້ຈັດການພະແນກບໍລິຫານ ແລະ ຊັບພະຍາກອນມະນຸດ, ອົງການ Child Fund Laos
ປະສົບການ 12 ປີ ໃນ ສປປ ລາວ
ເປັນຜູ້ນໍາດ້ານປະກັນໄພ 3 ປີ
ມີພະນັກງານມືອາຊີບ 56 ຄົນ
ປະຈຸບັນມີ 2 ສາຂາ