ໃນຖານະເປັນບໍລິສັດປະກັນໄພຊັ້ນນໍາ ໃນ ສປປ ລາວ, ຟໍເຕ-ໂຕໂກ ປະກັນໄພ ໃຫ້ຄຳໝັ້ນສັນຍາໃນການແກ້ໄຂສິນທົດແທນຢ່າງວ່ອງໄວ ມີປະສິດທິພາບ ແລະ ຍຸດຕິທຳ. ພວກເຮົາສະເໜີຂໍ້ດີຕ່າງໆເຫຼົ່ານີ້ໃຫ້ທ່ານ:
ພະນັກງານຂອງພວກເຮົາມີປະສົບການທີ່ກວ້າງຂວາງໃນການເຮັດໜ້າທີ່ບໍລິການດ້ານສິນທົດແທນໃນທຸກປະເພດການປະກັນໄພ, ຮັບປະກັນວ່າທ່ານຈະໄດ້ຮັບຄວາມວ່ອງໄວ, ເປັນມິດ ແລະ ການບໍລິການທີ່ມີຄຸນນະພາບສູງ ຕະຫຼອດ 24-ຊົ່ວໂມງ ທຸກວັນ, 7 ມື້ຕໍ່ອາທິດ.
ບັນດາອູ່ສ້ອມແປງລົດຂອງພວກເຮົາ ສະໜອງການບໍລິການທີ່ໜ້າປະທັບໃຈ, ການສ້ອມແປງທີ່ມີຄຸນນະພາບ ແລະ ຜົນປະໂຫຍດຫຼາຍຢ່າງເມື່ອທ່ານປະສົບອຸປະຕິເຫດ.
ໂຮງໝໍທີ່ຢູ່ໃນເຄືອຂ່າຍຂອງ ຟໍເຕ-ໂຕໂກ ປະກັນໄພ ສະໜອງການປິ່ນປົວທີ່ວ່ອງໄວ ແລະ ມີຄຸນນະພາບ ໂດຍທ່ານບໍ່ຕ້ອງກັງວົນກັບຄ່າໃຊ້ຈ່າຍໃນເວລາອອກຈາກໂຮງໝໍ.
ໃນກໍລະນີການຮຽກຮ້ອງສິນທົດແທນທີ່ໃຫຍ່, ນັກວິຊາການທີ່ມີຄວາມຊໍານານໃນລະດັບສາກົນ ຂອງ ຟໍເຕ-ໂຕໂກ ປະກັນໄພ ຈະໃຫ້ການປະເມີນຄວາມເສຍຫາຍຂອງທ່ານ ແລະ ແນະນຳທ່ານ ເພື່ອການຮັບປະກັນຄວາມມີປະສິດທິຜົນ, ການຈ່າຍສິນທົດແທນທີ່ວ່ອງໄວ.
ໃນການເປັນບໍລິສັດປະກັນໄພຊັ້ນນຳຂອງປະເທດລາວ, ຟໍເຕ-ໂຕໂກ ປະກັນໄພ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະດຳເນີນການແກ້ໄຂອຸປະຕິເຫດ ການທົດແທນຄ່າເສຍຫາຍຢ່າງມີປະສິດທິພາບ, ເປັນທຳ ແລະ ວ່ອງໄວ.
ພວກເຮົາຮັບປະກັນວ່າ ການບໍລິການສິນທົດແທນແມ່ນດຳເນີນການຢ່າງສອດຄ່ອງ, ຢືດຢຸ່ນ ແລະ ເປັນທຳ ນຳໃຊ້ການດຳເນີນການດ້ານສິນທົດແທນທີ່ຖືກອອກແບບມາເພື່ອຂ້າມຜ່ານການດຳເນີນການແບບດັ້ງເດີມ ແລະ ບໍ່ມີຂໍ້ຈຳກັດທາງພູມມີປະເທດ.
ກະລຸນາຕິດຕໍ່ຫາພວກເຮົາ ແລະ ພວກເຮົາຈະຕອບກັບຄວາມເຫັນຂອງທ່ານໃນທັນທີ, ຢ່າງກົງໄປກົງມາ ແລະ ຢ່າງເປັນທຳ.